ການມີສວ່ນຮວ່ມໃນຖານະພົນລະເມືອງ
ເເຫຼ່ງຂໍ້ມູນຂອງການເລືອກຕັ້ງ 2022
ຜູ້ມີສິດເລືອກຕັ້ງ Arizonan 1.3 ລ້ານຄົນ ບໍ່ໄດ້ລົງທະບຽນເພື່ອລົງຄະແນນສຽງ. ເຂົາເຈົ້າຫຼາຍຄົນເປັນໄວໜຸ່ມ ແລະຊາວອາເມຣິກັນເຊື້ອສາຍອາຊີ, ຊາວເກາະປາຊີຟິກ, ຊາວລາຕິນ, ຊາວອາເມຣິກັນເຊື້ອສາຍອາຟຣິກາ ຫຼືຊາວອາເມຣິກັນພື້ນເມືອງ.
ລົງທະບຽນເພື່ອລົງຄະແນນສຽງແລະສ້າງຄວາມແຕກຕ່າງ!
ສໍາລັບຂໍ້ມູນການລົງທະບຽນຜູ້ລົງຄະແນນເພີ່ມເຕີມລວມທັງການປ່ຽນສະມາຊິກພັກຂອງທ່ານແລະທາງເລືອກອື່ນ, ເຂົ້າໄປເບິ່ງທີ່ Portal ຂໍ້ມູນຜູ້ລົງຄະແນນ Arizona ຂ້າງລຸ່ມນີ້.





ຊ່ວຍພວກເຮົາເຜີຍແຜ່ ສົນທິສັນຍາປະຊາທິປະໄຕ ເພື່ອເຮັດໃຫ້ສະພານິຕິບັນຍັດຂອງພວກເຮົາຮູ້ວ່າ ພວກເຮົາຕ້ອງການໃຫ້ພວກເຂົາຈັດລໍາດັບຄວາມສໍາຄັນຂອງປະຊາທິປະໄຕ ແລະ ສິດທິໃນການລົງຄະແນນສຽງຂອງພວກເຮົາ! ບໍ່ສຳຄັນດອກວ່າ ຈະເປັນສີຜິວຂອງເຮົາ, ເບື້ອງຫລັງ, ຫຼື ລະຫັດໄປສະນີ , ຊາວອາຮິໂຊນາທຸກຄົນໃຫ້ຄຸນຄ່າກັບສິດເສລີພາບຂອງພວກເຮົາໃນການລົງຄະແນນສຽງ. ພວກເຮົາສົມຄວນໄດ້ຮັບການປະຕິບັດທີ່ປົກປອ້ງການເຂົ້າເຖິງການລົງຄະແນນສຽງຂອງພວກເຮົາ ແລະ ຜູ້ນໍາທີ່ຈະປົກປັກຮັກສາປະຊາທິປະໄຕຂອງພວກເຮົາ.
AZ AANHPI for Equity ຢູ່ທີ່ນີ້ເພື່ອແຈ້ງ ແລະ ອຳນວຍຄວາມສະດວກໃຫ້ແກ່ຊຸມຊົນໂດຍຜ່ານຂະບວນການລົງຄະແນນສຽງ. ກວດເບິ່ງລິ້ງເຫຼົ່ານີ້ສຳລັບເເຫຼ່ງຂໍ້ມູນເພື່ອທີ່ຈະຊ່ວຍທ່ານໃນການລົງທະບຽນ, ການຮຽນຮູ້, ແລະ ການເຂົ້າເຖິງຂໍ້ມູນໃນຫຼາຍໆພາສາ.
APIA ລົງຄະແນນສຽງ: ຊັບພະຍາກອນການລົງຄະແນນສຽງ ແລະ ການລົງທະບຽນຜູ້ລົງຄະແນນ
ຊາວອາເມຣິກັນເຊື້ອສາຍເອເຊຍທີ່ກ້າວໜ້າດ້ານຄວາມຍຸຕິທຳ: ຊັບພະຍາກອນການລົງຄະແນນສຽງເປັນພາສາ ແລະ ຂໍ້ມູນສິດທິໃນການລົງຄະແນນສຽງ
Quý vị có quyền nhận sự hỗ trợ trong phòng bầu cử. Đọc thêm tại đây.
Quý vị có quyền nhận sự hỗ trợ bằng tiếng Việt trong phòng bầu cử. Đọc thêm tại đây.
ປັດໄຈຫຼັກ
ປົກປັກຮັກສາປະຊາທິປະໄຕຂອງພວກເຮົາ
ປົກປ້ອງສິດທິຂອງ LGBTQ+
ການສຶກສາຂອງລັດທີ່ດີກວ່າ
ປົກປ້ອງສະພາບແວດລ້ອມຂອງພວກເຮົາ
ການເປັນຕົວແທນທີ່ຫຼາກຫຼາຍ
ປ້ອງກັນການບໍ່ມີທີ່ຢູ່ອາໄສ
ຂໍ້ມູນການຜູ້ທີ່ມີສິດເລືອກຕັ້ງ
ເພື່ອລົງຄະແນນສຽງໃນລັດ ອາຮິໂຊນາ, ທ່ານຕ້ອງເປັນພົນລະເມືອງຂອງສະຫະລັດ ແລະເປັນຜູ້ອາໄສຢູ່ໃນເຂດ ອາຮິໂຊນາ. ຜູ້ລົງຄະແນນສຽງຕ້ອງມີອາຍຸ 18 ປີຂຶ້ນໄປ ຫຼືກ່ອນວັນເລືອກຕັ້ງ.
ເພື່ອຈະມີສິດລົງຄະແນນສຽງໃນການເລືອກຕັ້ງ ຕ້ອງລົງທະບຽນຢ່າງໜ້ອຍ 29 ວັນກ່ອນການເລືອກຕັ້ງ. ບຸກຄົນສາມາດລົງທະບຽນອອນລາຍໄດ້, ດ້ວຍຕົນເອງຢູ່ຫ້ອງການບັນທຶກຂອງເຂດ, ຫຼື ທາງໄປສະນີ.
ບຸກຄົນຈະຕ້ອງໃຫ້ຫຼັກຖານການເປັນພົນລະເມືອງໃນເວລາລົງທະບຽນຖ້າພວກເຂົາຕ້ອງການລົງຄະແນນສຽງໃນການເລືອກຕັ້ງຂອງລັດແລະທ້ອງຖິ່ນ. ຮູບແບບເອກະສານທີ່ຍອມຮັບໄດ້ລວມມີໃບຢັ້ງຢືນການເກີດ, ໜັງສືຜ່ານແດນ, ແລະ ເອກະສານສັນຊາດຂອງສະຫະລັດ. ໃນວັນທີ 4 ມິຖຸນາ 2018, ເລຂານຸການຂອງລັດ Michele Reagan (R) ໄດ້ປະກາດວ່າຫຼັກຖານສະແດງການເປັນພົນລະເມືອງຈະບໍ່ຈໍາເປັນ ສຳລັບບຸກຄົນທີ່ໄດ້ໃຫ້ຫຼັກຖານດັ່ງກ່າວກັບພະແນກຍານພາຫະນະຂອງລັດເເລ້ວ. Reagan ຍັງໄດ້ປະກາດວ່າລັດຈະອະນຸຍາດໃຫ້ບຸກຄົນທີ່ລົງທະບຽນໂດຍບໍ່ມີການໃຫ້ຫຼັກຖານສະແດງການເປັນພົນລະເມືອງທີ່ຈະລົງຄະແນນສຽງໃນການເລືອກຕັ້ງຂອງລັດຖະບານກາງ (ເຖິງແມ່ນວ່າບໍ່ແມ່ນການເລືອກຕັ້ງຂອງລັດຫຼືທ້ອງຖິ່ນ).
ເຫຼົ່ານີ້ແມ່ນ ແບບຟອມບັດປະຈໍາຕົວທີ່ຍອມຮັບໄດ້ຂອງຜູ້ລົງຄະແນນສຽງໃນ ລັດອາຮິໂຊນາ.
ສົ່ງຄຳຮ້ອງຂໍເພື່ອທີ່ຈະປາໃສ
ເພື່ອທີ່ຈະສ້າງ ຄຳຮອ້ງຂໍເພື່ອທີ່ຈະປາໃສ, ທ່ານຕ້ອງລົງທະບຽນຢູ່ທີ່ ຫອ້ງການ ໃນ kiosks ໃນລອ໋ບບີ້ຂອງເຂົາເຈົ້າ. ເມື່ອທ່ານລົງທະບຽນບັນຊີຂອງທ່ານເເລ້ວ, ທ່ານສາມາດໃຫ້ຄະແນນແລະຄໍາຄິດເຫັນກ່ຽວກັບກົດໝາຍ ຫຼື ລົງທະບຽນເປັນພະຍານໃນການໄຕ່ສວນ.

ຄະນະກຳມາທິການການກຳນົດເຂດເອກະລາດ
ການໄຕ່ສວນສາທາລະນະ
ຄະນະກໍາມະການປົກຄອງເມືອງອິດສະລະຂອງລັດອາຣິໂຊນາ (IRC) ໄດ້ເຊີນປະຊາຊົນເຂົ້າຮ່ວມໃນຮອບທໍາອິດຂອງການໄຕ່ສວນສາທາລະນະທົ່ວລັດຕັ້ງແຕ່ວັນທີ 23 ກໍລະກົດຫາວັນທີ 9 ສິງຫາ 2021. AZ AANHPI ສໍາລັບຄວາມທ່ຽງທໍາໄດ້ເຂົ້າຮ່ວມໃນຫນຶ່ງໃນການໄຕ່ສວນສາທາລະນະໃນ Tucson.
ຈາກຊ້າຍ: Faith Ramon (LUCHA), Sandy Ochoa (Mi Famila Vota), Jennifer Chau, LAN Hoang, Dorothy Lew, Lewis Lew, Priya Sundareshan (AZ AANHPI for Equity)
